ປະຫວັດວິທະຍາໄລ

 

ວິທະຍາໄລແກ້ວແກ່ນໃຈບໍລິຫານທຸລະກິດ ໄດ້ສ້າງຕັ້ງຂຶ້ນໃນສົກປີ 1994 – 1995 ພາຍໃຕ້ການອະນຸຍາດຈາກພະແນກສຶກສາແລະ ກິລາແຂວງຄຳມ່ວນ ໃຫ້ເປີດການຮຽນ - ການສອນສາຂາວິຊາ ບັນຊີຊັ້ນຕົ້ນແລະ ສອນພິມດີດພາສາລາວ-ອັງກິດເຊີ່ງເປັນບາດກ້າວທຳອິດທີ່ເຮັດໃຫ້ສະຖາບັນແຫ່ງນີ້ມີການພັດທະນາການຮຽນການສອນມາເລື້ອຍໆ ວິທະຍາໄລແກ້ວແກ່ນໃຈບໍລິຫານທຸລະກິດແຕ່ປີ 1994-1995ມີຊື່ເດີມວ່າໂຮງຮຽນແກ້ວ​​ແກ່ນໃຈການບັນຊີ ມີການເປີດການການສອນພຽງແຕ່ວິຊາບັນຊີວິສະຫະກິດໃໝ່ ແລະ ວິຊາພິມດີດພາສາລາວ ແລະ ພາສາອັງກິດ ມາຮອດປີ 2002 – 2003 ກໍ່ໄດ້ຮັບອານຸຍາດຈາກພະແນກສຶກສາປະຈຳແຂວງຄຳມ່ວນໃຫ້ສອນບຳລຸງຄອມພີ້ວເຕີ້ໄລຍະສັ້ນ ​​ມາເຖິງປີ 2005 - 2006 ກໍ່ໄດ້ຮັບອະນຸຍາດຈາກ ພະແນກສຶກສາປະຈຳແຂວງຄຳມ່ວນໃຫ້ເປີດສອນຫຼັກສູດພາສາອັງກິດຊັ້ນຕົ້ນແລະ ພາສາຫວຽດນາມຊັ້ນຕົ້ນ ໃນປີດຽວກັນກໍ່ໄດ້ຮັບອານຸຍາດຈາກກະຊວງສຶກສາທິການໃຫ້ສ້າງຕັ້ງເປັນໂຮງຮຽນແກ້ວແກ່ນໃຈ ບໍລິຫານທຸລະກິດ ຊັ້ນກາງ ໃບອະນຸຍາດສະບັບເລກທີ 234/ສສ.ອຊ .ລົງວັນທີ  25/04/2006 ມາເຖິງປີ 2007ໄດ້ຮັບອະນຸຍາດ ຈາກກະຊວງສຶກສາທີການແລະ ກິລາສະບັບເລກທີ 742/ ສສ.ອຊ. ລົງວັນທີ  05/09/2007  ໃຫ້ເປັນວິທະຍາໄລແກ້ວແກ່ນໃຈ ບໍລິຫານທຸລະກິດ ເປັນຕົ້ນມາຈົນເຖິງປະຈຸບັນ, ​ໃຫ້ເປີດສອນໃນຫຼັກສູດຊັ້ນສູງມີສາມສາຂາວິຊາຮຽນຄື :  ສາຂາການເງິນ - ການທະນາຄານ ,ສາຂາການເງິນ - ການບັນຊີ , ສາຂາວິຊາພາສາອັງກິດ ມາຖິງປີ 2009 ກໍ່ໄດ້ຮັບອານຸຍາດຈາກກະຊວງສຶກສາທິການໃຫ້ເປີດສອນໃນຫຼັກສູດຊັ້ນປະລິນຍາຕີເຊິ່ງມີສອງສາຂາ ວິຊາຮຽນຄື : ສາຂາວິຊາການເງິນ - ການບັນຊີ ແລະ ສາຂາວິຊາພາສາອັງກິດ ມາຮອດປີ 2011 ວິທະຍາໄລແກ້ວແກ່ນໃຈ ບໍລິຫານທຸລະກິດ ຈຶ່ງໄດ້ຕັ້ງວິໃສທັດຂອງວິທະຍາໄລຂຶ້ນມາດັ່ງນີ້: ​( ແກ້ວແກ່ນໃຈສ້າງຄົນ ສ້າງງານ ສ້າງພື້ນຖານເສດຖະກິດ ສ້າງຊີວິດໃຫ້ສົດໃສກ້າວໄປສູ່ສາກົນ ) ໃນປີດຽວກັນນັ້ນຄະນະອຳນວຍການ​​ວິທະຍາໄລກໍ່ໄດ້ແຕ່ງເພງໃຫ້ເປັນເອກກະລັກຂອງວິທະຍາໄລຂຶ້ນມາຈຳນວນ 02 ເພງຄື: 1.​  ເພງແກ້ວແກ່ນໃຈ ສ້າງຄົນສ້າງຝັນ.   2.​ ເພງສະຖາບັນ ແກ້ວແກ່ນໃຈ

ວິທະຍາໄລແກ້ວແກ່ນໃຈ ບໍລິຫານທຸລະກິດຍັງມີບົດບາດຊ່ວຍພັກ - ລັດຖະບານໃນການສ້າງອາຄານ ສະຖານທີ່ເພື່ອຮອງຮັບນັກຮຽນ - ນັກສຶກສາທີ່ຮຽນຈົບຈາກມັດທະຍົມຕອນປາຍທີ່ເຫຼືອຈາກການຊັບຊ້ອນເຂົ້າໂຮງຮຽນຂອງລັດ, ພ້ອມດຽວກໍ່ຍັງມີໜ້າທີ່ຫຼຸດຜ່ອນຊ່ວຍພັກ ແລະ ລັດຖະບານໃນການຍົກລະດັບວິຊາສະເພາະຂອງພະນັກງານນັກສຶກສາພາຍໃນແຂວງໃຫ້ໄດ້ເຂົ້າຮຽນເວົ້າສະເພາະເວົ້າລວມນັກສຶກສາພາຍໃນປະເທດທີ່ບໍ່ມີໂອກາດເຂົ້າຮຽນຢູ່ໂຮງຮຽນຂອງລັດ ແລະ ຍົກລະດັບວິຊາສະເພາະໃຫ້ແກ່ພະນັກງານ, ກຳມະກອນ ທາງພາກລັດ ແລະ ພາກເອກະຊົນໃນການສ້າງບຸກຄະລະກອນໃຫ້ມີຄຸນນະພາບ, ປະກອບສ່ວນ ສ້າງສາພັດທະນາ ວຽກງານດ້ານຕ່າງໆແກ່ປະເທດຊາດ ແລະ ສັງຄົມຕໍ່ໄປ. 

ຕະຫຼອດໄລຍະທີ່ຜ່ານມາ ວິທະຍາໄລແກ້ວແກ່ນໃຈ ບໍລິຫານທຸລະກິດແມ່ນໄດ້ຖືເອົາຫ້າຫຼັກມູນຂອງການສຶກສາ ໂດຍຢຶດເປັນຫຼັກໝັ້ນປັດຊະຍາພື້ນຖານໂລກສັດຈະວິພາກ ວັດຖຸນິຍົມໃຫ້ແກ່ການສຶກສາໂດຍສ້າງນັກຮຽນ ນັກສຶກສາໃຫ້ມີຄຸນສົມບັດ, ສິນທຳປະຕິວັດ, ມີແນວຄິດ​​ຮັກຊາດ, ຮັກບ້ານເກີດເມືອງນອນ, ​ເຄົາລົບທຳນຽມ ​​ຮີດຄອງປະເພນີ, ​ໃຫ້ມີຄວາມຮູ້ຄວາມສາມາດໃນການນຳໃຊ້ບັນຊີ - ການເງິນ, ມີຄວາມຊຳນິຊຳນານໃນການນຳໃຊ້ຄອມພີ້ວເຕີ້, ມີຍຸດທະວິທີໃນການນຳໃຊ້ແລະ ພັດທະນາການຄິດໄລ່ ໃຫ້ມີການຊຳນານ ວິທີກວດສອບບັນຊີແລະ ສ້າງພື້ນຖານແກ່ຜູ້ສຳເລັດຫຼັກສູດການສຶກສາ, ມີຫົວຄິດ ປະດິດສ້າງ ກ່ຽວກັບການບໍລິຫານງານ ການບັນຊີທັງພາຍໃນແລະ ຕ່າງປະເທດໃຫ້ມີປະສິດທິຜົນ ແລະ ມີຄວາມຮູ້ຄວາມສາມາດນຳໃຊ້ພາສາຕ່າງປະເທດໄປຄຽງຄູ່ກັນ.