4/23/2563

ແຈ້ງການສຳຫຼັບນັກສຶກສາ

ກົດໃສ່ຮູບເພື່ອຂະຫຍາຍ

ເເຈ້ງການມາຍັງນັກສຶກສາ ຈົບສົກ 2019-2020
ເລື່ອງ ການຂຽນບົດລາຍງານ ໃນການຝຶກງານຈິງ ຂອງນັກສຶກສາຊັ້ນປີທີ 3 ທຸກພາກ

ເນື້ອງຈາກນະໂຍບາຍທາງວິທະຍາໄລໄດ້ວາງອອກເພື່ອໃຫ້ຫຼັກສູດການຮຽນ-ການສອນໃຫ້ສົມບູນຕາມເເນວທາງຂອງ
ກະຊວງສຶກສາທິການແລະກິລາໄດ້ວາງອອກໃຫ້ລະບົບການສຶກລາວໄຫ້ມີຄຸນນະພາບຕາມຫຼັກສູດການສຶກສາ.
ດັ່ງນັ້ນ, ວິທະຍາໄລແກ້ວແກ່ນໃຈ ບໍລິຫານທຸລະກິດ ຈຶ່ງໄດ້ກຳໜົດໃຫ້ນັກສຶກສາທີ່ກຳລັງຈົບການສຶກສາ ສົກ 2019-2020 ໄດ້ລົງຝຶກງານຕົວຈິງ ຕາມໄລຍະເວລາທີກຳໜົດໃຫ້. ເເຕ່ກ່ອນຈະຂຶ້ນຈາກການຝຶກງານນັ້ນນັກສຶກສາທຸກທ່ານ ຄວນຂຽນບົດລາຍງານເກັບກຳຂໍ້ມູນ ຈາກບໍລິສັດ ຫຼື ຫ້ອງການທີ່ ທ່ານລົງຝຶກງານ ແລະ ໃນການຂຽນລາຍງານນັ້ນ ຕ້ອງເຮັດຕາມໂຄງຮ່າງຂອງທາງວິທະຍາໄລ ກຳໜົດໃຫ້ ເພື່ອຄວາມຖືກຕ້ອງ ສົມບູນ ເເລະ ງ່າຍຕໍ່ການກວດກາ.
ສະນັ້ນ, ຈຶ່ງເເຈ້ງມາຍັງນັກສຶກສາໄດ້ຮັບຮູ້ ແລະ ປະຕິບັດໜ້າທີ່ໃຫ້ຄົບຖ້ວນສົມບູນ.
ໝາບເຫດ: - ສຳຫຼັບນັກສຶກສາທ່ານໃດທີ່ຍັງບໍ່ທັນໄດ້ປື້ມຄູ່ມືຂຽນ “ບົດລາຍງານການລົງຝຶກງານ” ກະລຸນນາໃຫ້ໄປເອົາທີ່ ທາງຫ້ອງການ ວິທະຍາໄລເເກ້ວເເກ່ນໃຈ (ດ່ວນ).
-  ໃຫ້ຊຳລະຄ່າທຳນຽມລົງຝຶກງານພ້ອມ
ຕິດຕໍ່: 020 96 947 098
Whatsapp: +66957814558